Approaches and Technologies on Sustainable Land Management

ກອງປະຊຸມ ປຶກສາຫາລື ລາຍງານ ຄວາມຄືບໜ້າ ແລະ ແລກປ່ຽນບົດຮຽນ ໃນການຈັດຕັ້ງ ປະຕິບັດກິດຈະກຳ ລະຫວ່າງ ທີມງານ SACCC ແລະ WOCAT

ກອງປະຊຸມ ປຶກສາຫາລື ລາຍງານ ຄວາມຄືບໜ້າ ແລະ ແລກປ່ຽນບົດຮຽນ
ໃນການຈັດຕັ້ງ ປະຕິບັດກິດຈະກຳ ລະຫວ່າງ ທີມງານ SACCC ແລະ WOCAT

ໃນຄັ້ງວັນທີ 14 ກັນຍາ 2018 ທາງທີມງານຂອງໂຄງການ SACCC ແລະ WOCAT ໄດ້ຈັດກອງປະຊຸມ ປຶກສາຫາລື ລາຍງານ ຄວາມຄືບໜ້າ ແລະ ແລກປ່ຽນບົດຮຽນ ໃນການຈັດຕັ້ງ ປະຕິບັດກິດຈະກຳ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ຄຳພອນ ມູນລະໄມ ຮອງຫົວໜ້າ ສະຖາບັນ ຄົ້ນຄວ້າ ກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ. ຊື່ງມີພະນັກງານ ທີມງານ ທີ່ມາຈາກ ໂຄງການ SACCC ແລະ ໂຄງການ WOCAT, ມີຜູ້ເຂົ້າຮ່ວມ ທັງໝົດ ຈຳນວນ 17 ທ່ານ ຊຶ່ງກອງປະຊຸມ ໄດ້ຈັດຂື້ນທີ່ ຫ້ອງປະຊຸມ ຂອງໂຮງແຮມ ແຄມງື່ມ ທ່າລາດ.
ຈຸດປະສົງ ຂອງກອງປະຊຸມ ເພື່ອເປັນການລາຍງານ ຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດ ກິດຈະກຳ ຂອງສອງໂຄງການ SACCC ແລະ WOCAT ທີ່ໄດ້ຈັດຕັ້ງປະຕິບັດ ໃນໄລຍະຜ່ານມາ ພ້ອມທັງແລກປ່ຽນ ຖອດຖອນບົດຮຽນເຊີ່ງກັນ ແລະ ກັນ. ທາງທີມງານ ໂຄງການ WOCAT ກໍ່ໄດ້ມີການສະເໜີຜົນ ໃນການສ້າງ ເອກະສານ ເຕັກນິກ ການຈັດການຄຸ້ມຄອງທີ່ດິນ ແບບຍືນຍົງ ທີ່ທາງທີມງານໄດ້ສຳເລັດ ຈຳນວນ 23 ບົດເຕັກນິກ (ທັງສະບັບພາສາລາວ ແລະ ອັງກິດ) ພ້ອມດ້ວຍສະເໜີ ເຄື່ອງມືການສົ່ງເສີມ ໃຫ້ຄວາມຮູ້ຕ່າງໆ ເປັນຕົ້ນແມ່ນ ວິດີໂອ ບົດຮຽນ ໃນການຈັດຕັ້ງປະຕິິບັດ ກິດຈະກາໍ ການຄຸ້ມຄອງ ທີ່ດິນແບບຍືນຍົງ ທີ່ສ້າງສຳເລັດແລ້ວ. ນອກຈາກນີ້ ທາງທີມງານ ຍັງໄດ້ນຳສະເໜີ ແລະ ແນະນາໍ ວິທີການຊອກຄົ້ນຂໍ້ມູນ ໂດຍການເຂົ້າຖານຂໍ້ມູນ ຂອງອົງການ WOCAT ໃຫ້ແກ່ທີມງານ SACCC ຮັບຊາບ ເພື່ອໃຫ້ສາມາດ ນໍາເອົາບົດຮຽນ ເຕັກນີກຕ່າງໆນັ້ນ ໄປຈັດຕັ້ງປະຕິບັດ ໃນກິດຈະກຳ ຕໍ່ໜ້າ ຂອງທາງໂຄງການ SACCC ໄດ້ອີກດ້ວຍ. ສາໍລັບທີມງານ SACCC ກໍ່ໄດ້ສະເໜີ ບັນດາເຕັກນິກ ຄູ່ມື ສົ່ງເສີມ ຈາໍນວນ 10 ຄູ່ມື ທີ່ທາງທີມງານໄດ້ສາໍເລັດການຮ່າງ ແລະ ໄດ້ນາໍໄປຜັນຂະ ຫຍາຍຈັດຕັ້ງຄອບຄົວຕົວແບບການປູກການລ້ຽງ ໃນເຂດບ້ານເປົ້າໝາຍ ຂອງທີມງານໂຄງການ.
ຜົນໄດ້ຮັບ ກອງປະຊຸມ ປຶກສາຫາລືດັ່ງກ່າວ ສາມາດ ເຮັດໃຫ້ທີມງານ ທັງສອງ ສາມາດເຂົ້າໃຈກິດຈະກາໍວຽກງານ ຂອງແຕ່ລະທີມງານ ແລະ ເປັນການເປີດໂອກາດ ໃນການແລກປ່ຽນ ແລະ ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ພ້ອມທັງໄດ້ມີການ ປຶກສາຫາລື ການກຳນົດ ແຜນການຈັດຕັ້ງປະຕິບັດວຽກງານ ໃນຕໍ່ໜ້າຮ່ວມກັນ ແລະ ພ້ອມກັນປຶກສາຫາລືຮ່ວມກັນ ປັບປຸງຂອດການສື່ສານ, ປະສານງານ, ຈັດຕັ້ງປະຕິບັດວຽກງານ ກິດຈະກຳ ຂອງສອງທີມງານ SACCC ແລະ WOCAT ໃຫ້ເປັນໄປໄດ້ດີ ແລະ ໄດ້ຮັບໝາກຜົນ.