Approaches and Technologies on Sustainable Land Management

ການເຂົ້າຮ່ວມ ວາງສະແດງ ຜົນງານ ເອກກະສານ ການຈັດການຄຸ້ມຄອງ ທີ່ດິນແບບຍືນຍົງ ຢູ່ງານວັນອາຫານໂລກ ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກປະຈຳປີ 2018

ຕອນເຊົ້າ ຂອງວັນທີ 16 ຕຸລາ 2018ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດພິທີສະເຫຼີມສະຫຼອງ ວັນອາຫານໂລກ, ວັນ ສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ຄົບຮອບ 35 ປີ ພາຍໃຕ້ຄຳຂວັນ ‘‘ການກະທຳຂອງ ພວກເຮົາຄືອະນາຄົດຂອງພວກເຮົາ. ໂລກທີ່ປາສະຈາກຄວາມອຶດຫິວ ພາຍໃນປີ 2030 ແມ່ນມີ ຄວາມເປັນໄປໄດ້’’ ໂດຍເປັນກຽດເປີດພິທີ ຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍແຂກ ຖຶກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ ແລະ ງານໄດ້ຈັດຂື້ນ ໃນລະຫວ່າງ ວັນທີ 16-24 ຕຸລາ 2018 ທີ່ ສະໂມສອນ ສະ ຖາບັນ ຄົ້ນຄວ້າ ກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ. ພ້ອມດຽວກັນນັ້ນ, ກໍ່ເປັນໂອກາດດີ ທີ່ທາງໂຄງການ ໄດ້ນາໍເອົາ ເອກກະສານ ຜົນງານຕ່າງໆ ຂອງໂຄງການ ຂະຫຍາຍ ວຽກງານ ການຄຸ້ມຄອງ ທີ່ດິນແບບຍືນຍົງ ໄປວາງສະແດງ ຊຶ່ງໃນນັ້ນ ປະກອບດ້ວຍ ບົດເຕັກນີກ, ວິດີໂອ, ແຜ່ນພັບ ບົດຮຽນ ກ່ຽວກັບ ການຈັດການຄຸ້ມຄອງ ທີ່ດິນແບບຍືນຍົງ ທີ່ຈັດຕັ້ງປະຕິບັດ ໂດຍຊາວ ກະສິກອນ ຂະໜາດນ້ອຍ ຢູ່ ໃນເຂດເປົ້າໝາຍ ຂອງໂຄງການ ເພື່ອເປັນການເຜີຍແຜ່ ບົດຮຽນເອກກະສານຕ່າງໆ ຂອງໂຄງການ ໃຫ້ແກ່ຜູ້ເຂົ້າມາ ຢ້ຽມຊົມ ໄດ້ຮັບຮູ້ ແລະ ນາໍເອົາໄປຈັດຕັ້ງປະຕິບັດ.