Approaches and Technologies on Sustainable Land Management

ການຈັດທັດສະນະ ແລກປ່ຽນບົດຮຽນ ລະຫວ່າງ ຊາວກະສິກອນ ກັບຄອບຄົວຕົວແບບ ທີ່ໄດ້ເຮັດທົດລອງເຕັກນິກ ການປູກຫຍ້າອາຫານສັດ ເພື່ອຈັດການຄຸ້ມຄອງ ການລ້ຽງສັດ ແບບຍືນຍົງ ຢູ່ເມືອງ ຊານໄຊ, ແຂວງອັດຕະປື.

ໃນຄັ້ງວັນທີ 04/10/2019 ທາງທີມງານ ສະຖາບັນຄົ້ນຄວ້າກະສິກຳ,ປ່າໄມ້ ແລະ ພັດທະນາຊົນນະບົດ ຮ່ວມກັບພະແນກກະສິກຳ ແລະ ປ່າໄມ້ ແຂວງອັດຕະປື, ຫ້ອງການສົ່ງເສີມກະສິກຳ ແລະ ປ່າໄມ້ ເມືອງຊານໄຊ ໂດຍໄດ້ຮັບການສະໜັບສະໜູນຈາກ ໂຄງການ ຄົ້ນຄວ້າ ແລະ ຂະຫຍາຍເຕັກນິກ ການຈັດການຄຸ້ມຄອງທີ່ດິນແບບຍືນຍົງ WOCAT ຈັດທັດສະນະ ສຶກສາ ແລກປ່ຽນບົດຮຽນ ລະຫວ່າງ ຄອບຄົວຕົວແບບ (ທ່ານ ທອງສວຍ) ທີ່ໄດ້ເຮັດການທົດລອງເຕັກນິກ ການປູກຫຍ້າ ເພື່ອການຈັດການຄຸ້ມຄອງ ສັດລ້ຽງແບບຍືນຍົງ ຢູ່ບ້ານຕາດແສງ, ເມືອງຊານໄຊ, ແຂວງ ອັດຕະປື ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ສາຍທາລາ ໂສທິດາ ຫົວໜ້າ ຫ້ອງການສົ່ງເສີມກະສິກຳ ແລະ ປ່າໄມ້ ເມືອງຊານໄຊ ແລະ ມີຜູ້ເຂົ້າຮ່ວມທັງໝົດ ຈຳນວນ 21 ຄົນ, ຍິງ 6 ຄົນ ທີ່ມາຈາກບ້ານໃກ້ຄຽງພາຍໃນເມືອງ, ຈຸດປະສົງ ຂອງການຈັດທັດສະນະ ໃນຄັ້ງນີ້ ແມ່ນເພື່ອເປັນການແລກປ່ຽນບົດຮຽນ ການຈັດຕັ້ງປະຕິບັດ ໃນການເຮັດທົດລອງ ຂອງຄອບຄົວຕົວແບບ ກ່ຽວກັບບັນຫາການນຳໃຊ້ທີ່ດິນ ທີ່ຜ່ານມາ, ວິທີການຈັດຕັ້ງປະຕິບັດ, ຈຸດດີ ແລະ ຈຸດອ່ອນ ຂອງການເຮັດທົດລອງ ພ້ອມທັງເປັນການເປີດໂອກາດໃຫ້ປະຊາຊົນ ບ້ານໃກ້ຄຽງໄດ້ມາຮຽນຮູ້ ເພື່ອນຳເອົາບົດຮຽນດັ່ງກ່າວ ໄປຂະຫຍາຍຈັດຕັ້ງປະຕິບັດ ໃນບ້ານຂອງຕົນ ຜ່ານການທັດສະນະສຶກສາ ແລກປ່ຽນບົດຮຽນ ດັ່ງກ່າວ ເຫັນວ່າຊາວກະສິກອນ ທີ່ເຂົ້າຮ່ວມໃຫ້ຄວາມສົນໃຈ ເຊິ່ງສະແດງອອກ ດ້ວຍການໂອ້ລົມກັນເອງ ແລະ ຕັ້ງຄຳຖາມ ລະຫວ່າງຜູ້ເຮັດກິດຈະກຳ ປູກຫຍ້າລ້ຽງສັດ ແລະ ໄດ້ເຮັດໃຫ້ການທັດສະນະ ຄັ້ງນີ້ມີຄວາມຄືກຄື້ນ ພ້ອມທັງໄດ້ໃຫ້ຄວາມຮູ້ ແກ່ປະຊາຊົນ ຜູ້ທີ່ສົນໃຈ ໃນການປູກຫຍ້າລ້ຽງສັດ ໄດ້ນຳໄປໝູນໃຊ້ ໃນກິດຈະກຳຂອງຕົນເອງ. ການທັດສະນະ ໃນຄັ້ງນີ້ ເຫັນໄດ້ວ່າ ປະຊາຊົນບາງຄອບຄົວ ກໍ່ກັງວົນກ່ຽວກັບ ບັນຫາຕົ້ນທຶນ ໃນການຈັດຕັ້ງປະຕິບັດ ເພາະເປັນກິດຈະກຳ ທີ່ຕ້ອງໃຊ້ງົບປະມານຫຼາຍໃນການຈັດຕັ້ງປະຕິບັດ ເປັນຕົ້ນແມ່ນການລ້ອມຮົ້ວ, ເຮັດຄອກສັດ, ສ້າງລະບົບຫົດນ້ຳ ແລະ ຊື້ແນວພັນປູກຫຍ້າຕ່າງໆ. ເຖິງຢ່າງໃດກໍ່ຕາມ, ການທັດສະນະໃນຄັ້ງນີ້ ແມ່ນເປັນແນວຄີດລິເລີ່ມ ໃຫ້ຊາວກະສິກອນຂະໜາດນ້ອຍ ທີ່ໄດ້ຮຽນຮູ້ ວີທີການຈັດການຄຸ້ມຄອງພື້ນທີ່ປູກຫຍ້າລ້ຽງສັດ (ເຕັກນີກແບບລ້ຽງຂັງ ຫຼື ລ້ຽງປ່ອຍ) ເພື່ອຮັບປະກັນ ໃຫ້ສັດມີຫຍ້າກິນ.