Approaches and Technologies on Sustainable Land Management

ການຈັດທັດສະນະ ແລກປ່ຽນບົດຮຽນ ລະຫວ່າງ ຊາວກະສິກອນ ກັບຄອບຄົວຕົວແບບ ທີ່ໄດ້ເຮັດທົດລອງເຕັກນິກ ການເຮັດຝຸ່ນບົ່ມ ເພື່ອປັບປຸງດິນ ຢູ່ເມືອງດາກຈືງ, ແຂວງເຊກອງ

ໃນຄັ້ງວັນທີ 07/10/2019 ທາງທີມງານ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ຮ່ວມກັບພະແນກກະສິກຳ ແລະ ປ່າໄມ້ ແຂວງເຊກອງ, ຫ້ອງການສົ່ງເສີມກະສິກຳ ແລະ ປ່າໄມ້ ເມືອງດາກຈືງ ໂດຍໄດ້ຮັບການສະໜັບສະໜູນຈາກ ໂຄງການ ຄົ້ນຄວ້າ ແລະ ຂະຫຍາຍເຕັກນິກ ການຈັດການຄຸ້ມຄອງທີ່ດິນແບບຍືນຍົງ WOCAT ຈັດທັດສະນະ ສຶກສາ ແລກປ່ຽນບົດຮຽນ ລະຫວ່າງ ຄອບຄົວຕົວແບບ (ທ່ານ ນາງ ແກ້ວມາລາ) ທີ່ໄດ້ເຮັດການທົດລອງເຕັກນິກ ການເຮັດຝຸ່ນບົ່ມ ເພື່ອປັບປຸງດິນ ຢູ່ພື້ນທີ່ປູກຜັກສວນຄົວ ຢູ່ບ້ານດາກເລີນ, ເມືອງດາກຈືງ, ແຂວງເຊກອງ ໂດຍການກ່າວເປີດ ຂອງທີມງານ ສູນກາງ ຮ່ວມກັບ ພະນັກງານເມືອງ ດາກຈືງ ແລະ ມີຜູ້ເຂົ້າຮ່ວມທັງໝົດ ຈຳນວນ 31 ຄົນ, ຍິງ 14 ຄົນ ທີ່ມາຈາກບ້ານໃກ້ຄຽງພາຍໃນເມືອງ, ຈຸດປະສົງ ຂອງການຈັດທັດສະນະ ໃນຄັ້ງນີ້ ແມ່ນເພື່ອເປັນການແລກປ່ຽນບົດຮຽນ ການຈັດຕັ້ງປະຕິບັດ ໃນການເຮັດທົດລອງ ຂອງຄອບຄົວຕົວແບບ ກ່ຽວກັບບັນຫາການນຳໃຊ້ທີ່ດິນ ທີ່ຜ່ານມາ, ວິທີການຈັດຕັ້ງປະຕິບັດ, ຈຸດດີ ແລະ ຈຸດອ່ອນ ຂອງການເຮັດທົດລອງ ພ້ອມທັງເປັນການເປີດໂອກາດໃຫ້ປະຊາຊົນ ບ້ານໃກ້ຄຽງໄດ້ມາຮຽນຮູ້ ເພື່ອນຳເອົາບົດຮຽນດັ່ງກ່າວ ໄປຂະຫຍາຍຈັດຕັ້ງປະຕິບັດ ໃນບ້ານຂອງຕົນ ຜ່ານການທັດສະນະສຶກສາ ແລກປ່ຽນບົດຮຽນ ດັ່ງກ່າວ ເຫັນວ່າຊາວກະສິກອນ ທີ່ເຂົ້າມາຮ່ວມ ແມ່ນມີຄວາມກະຕືລືລົ້ນ ມີຄວາມສົນໃຈ ເຊີ່ງສະແດງອອກ ໃນການຖາມ-ຕອບ ແລະ ແລກປ່ຽນບົດຮຽນ ເປັນຕົ້ນແມ່ນແມ່ຍິງ ໃຫ້ຄວາມສົນໃຈເປັນພິເສດ ໂດຍໄດ້ແລກປ່ຽນວິທີການເຮັດຝຸ່ນບົ່ມ ທີ່ເຄີຍເຮັດຜ່ານມາ ໂດຍໃຊ້ສ່ວນປະສົມ ທີ່ແຕກຕ່າງກັນ ກັບຄອບຄົວທີ່ໄດ້ເຮັດທົດລອງ ນອກນັ້ນຍັງໄດ້ມີການເສີມ ວິທີການເຮັດຝຸ່ນອົງຄະທາດ ຈາກ ທ່ານ ສຸລິຍາກອນ ອານົນ ພະນັກງານ ເມືອງ ດາກຈືງ ເພື່ອໃຫ້ເປັນອີກທາງເລືອກໜື່ງ ແກ່ຊາວກະສິກອນ ທີ່ຈະນຳໄປໜູນໃຊ້ໃນການປູກພືດຜັກຕ່າງໆ ການທັດສະນະຄັ້ງນີ້ ແມ່ນເຫັນວ່າ ມີຂະນວນຟົດຟື້ນ ມີການສົນທະນາ ກັນເປັນພາສາທ້ອງຖິ່ນ.