Approaches and Technologies on Sustainable Land Management

ການຈັດທັດສະນະ ແລກປ່ຽນບົດຮຽນ ລະຫວ່າງ ຊາວກະສິກອນ ກັບຄອບຄົວຕົວແບບ ທີ່ໄດ້ເຮັດທົດລອງເຕັກນິກ ການປູກມັນຕົ້ນ ປະສົມກັບຖົ່ວດິນ ເພື່ອປັບປຸງດິນ ຢູ່ເມືອງ ຕະໂອ້ຍ, ແຂວງ ສາລະວັນ.

ໃນຄັ້ງວັນທີ 11/10/2019 ທາງທີມງານ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ຮ່ວມກັບພະແນກກະສິກຳ ແລະ ປ່າໄມ້ ແຂວງ ສາລະວັນ, ຫ້ອງການສົ່ງເສີມກະສິກຳ ແລະ ປ່າໄມ້ ເມືອງຕະໂອ້ຍ ແລະ ຫ້ອງການສົ່ງເສີມກະສິກຳ ແລະ ປ່າໄມ້ ເມືອງສະໝ້ວຍ ໂດຍໄດ້ຮັບການສະໜັບສະໜູນຈາກ ໂຄງການ ຄົ້ນຄວ້າ ແລະ ຂະຫຍາຍເຕັກນິກ ການຈັດການຄຸ້ມຄອງທີ່ດິນແບບຍືນຍົງ WOCAT ຈັດທັດສະນະ ສຶກສາ ແລກປ່ຽນບົດຮຽນ ລະຫວ່າງ ຄອບຄົວຕົວແບບ (ທ່ານ ຕຸ້ຍ) ທີ່ໄດ້ເຮັດການທົດລອງເຕັກນິກ ການປູກມັນຕົ້ນ ປະສົມກັບຖົ່ວດິນ ເພື່ອປັບປຸງດິນ ຢູ່ບ້ານປະຈຸ, ເມືອງຕະໂອ້ຍ, ແຂວງ ສາລະວັນ ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ໄກຍະລາດ ລາດສະບຸດ ຮອງຫົວໜ້າ ຫ້ອງການ ສົ່ງເສີມກະສິກຳ ແລະ ປ່າໄມ້ ເມືອງ ຕະໂອ້ຍ ມີຜູ້ເຂົ້າຮ່ວມທັງໝົດ ຈຳນວນ 63 ຄົນ, ຍິງ 10 ຄົນ ທີ່ມາຈາກບ້ານໃກ້ຄຽງພາຍໃນເມືອງຕະໂອ້ຍ (ມາຈາກຫຼາຍບ້ານ ທີ່ມີລັກສະນະພູມສັນຖານທີ່ຕັ້ງບ້ານ ທີ່ແຕກຕ່າງກັນ) ແລະ ເມືອງສະໝ້ວຍ, ຈຸດປະສົງ ຂອງການຈັດທັດສະນະ ໃນຄັ້ງນີ້ ແມ່ນເພື່ອເປັນການແລກປ່ຽນບົດຮຽນ ການຈັດຕັ້ງປະຕິບັດ ໃນການເຮັດທົດລອງ ຂອງຄອບຄົວຕົວແບບ ກ່ຽວກັບບັນຫາການນຳໃຊ້ທີ່ດິນ ທີ່ຜ່ານມາ, ວິທີການຈັດຕັ້ງປະຕິບັດ, ຈຸດດີ ແລະ ຈຸດອ່ອນ ຂອງການເຮັດທົດລອງ ພ້ອມທັງເປັນການເປີດໂອກາດໃຫ້ປະຊາຊົນ ບ້ານໃກ້ຄຽງໄດ້ມາຮຽນຮູ້ ເພື່ອນຳເອົາບົດຮຽນດັ່ງກ່າວ ໄປຂະຫຍາຍຈັດຕັ້ງປະຕິບັດ ໃນບ້ານຂອງຕົນ ຜ່ານການ ທັດສະນະ ສຶກສາ ແລກປ່ຽນບົດຮຽນ ດັ່ງກ່າວ ເຫັນວ່າຊາວກະສິກອນ ທີ່ເຂົ້າມາຮ່ວມ ແມ່ນມີຄວາມສົນໃຈ ຕໍ່ເຕັກນິກການປູກມັນຕົ້ນ ເພື່ອເປັນສີນຄ້າ ຈຳນວນຫຼາຍ ແຕ່ໃນເວລາດຽວກັນນັ້ນ ຊາວກະສິກອນ ບໍ່ມີຄວາມຮູ້ ແລະ ເຕັກນິກ ແລະ ເຕັກນິກ ໃນການປັບປຸງ, ຟື້ນຟູສະພາບດິນ. ເຊີ່ງທາງຄອບຄົວຕົວແບບກໍ່ໄດ້ແລກປ່ຽນບົດຮຽນ ກໍ່ໄດ້ແລກປ່ຽນບົດຮຽນ ໃນການປູກຖົ່ວດິນ ສະຫຼັບກັບມັນຕົ້ນ ເພື່ອປັບປຸງດິນ, ພ້ອມດຽວກັນນັ້ນກໍ່ໄດ້ຝາກເຖິງ ຄອບຄົວ ທີ່ສົນໃຈ ທີ່ຕ້ອງການຈະປູກມັນຕົ້ນ ແມ່ນຕ້ອງໃຫ້ຄວາມສຳຄັນ ໃນການຈັດການ ກະກຽມພື້ນທີ່ເປັນຢ່າງດີ.