Approaches and Technologies on Sustainable Land Management

ກ່ຽວກັບ LaoCat

ສະພາບໂດຍສັງເຂບ

ຈຸດປະສົງຂອງໂຄງການ
 ປັບປຸງວິທີການປັບຕົວຂອງຊາວກະສິກອນຂະໜາດນ້ອຍ ຕໍ່ການປ່ຽນແປງດິນຟ້າອາກາດທີ່ຮ້າຍແຮງ
 ສ້າງຄວາມສາມາດດ້ານການສົ່ງເສີມກະສິກຳ ເພື່ອກຳນົດ ແລະ ສ້າງເອກະສານດ້ານການຄຸ້ມຄອງທີ່ດິນແບບຍືນຍົງ ຕໍ່ການປັບຕົວທາງ ສະພາບອາກາດ
 ສ້າງຖານຂໍ້ມູນການຄຸ້ມຄອງທີ່ດິນແບບຍືນຍົງໃນລະດັບຊາດ
 ສະໜັບສະໜຸນຊາວກະສິກອນຂະໜາດນ້ອຍ ໃນການປັບຕົວວິທີນຳໃຊ້ການຄຸ້ມຄອງທີ່ດິນແບບຍືນຍົງ ຕໍ່ສະພາບການປ່ຽນແປງດິນຟ້າອາກາດ
 ປັບປຸງພັດທະນານະໂຍບາຍ ແລະ ກອບວຽກທີ່ຈູງໃຈ ສຳລັບ ການຂະຫຍາຍວຽກງານ ການຄຸ້ມຄອງທີ່ດິນແບບຍືນຍົງ
ຄູ່ຮ່ວມງານໂຄງການ
ໂຄງການດັ່ງກ່າວ ແມ່ນໄດ້ຮັບ ການຈັດຕັ້ງປະຕິບັດ ໂດຍສູນເພື່ອການພັດທະນາ ແລະ ສີ່ງ ແວດລ້ອມ (Centre for Development and Environment/CDE) ຂອງມະຫາວິ ທະຍາໄລເບີນ, ປະເທດສະວິສແລນ, ຊື່ງເປັນຕົວແທນຂອງອົງການສາກົນໂວແຄັດ ຫຼື ພາບລວມຂອງໂລກທາງດ້ານແນວທາງ ແລະ ເຕັກນິກຂອງການອານຸລັກທໍາມະຊາດ (World Overview of Conservation Approaches and Technologies/WOCAT), ຊື່ງໄດ້ຈັດຕັ້ງປະຕິບັດວຽກງານຢູ່ 3 ປະເທດ ແລະ ມີການ ຮ່ວມມືກັບ 3 ຄູ່ຮ່ວມງານລະດັບ ຊາດ: ສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ (NAFRI) ຢູ່ ສປປ ລາວ, ມະຫາວິ ທະຍາໄລ ຣໍຢານ ກະສິກຳ ໃນປະເທດກຳປູເຈຍ, ແລະ ເຄືອຂ່າຍການຮັກສາທີ່ດິນ ອູກັນດາ ແຫ່ງປະເທດອູກັນດາ.

ໄລຍະຈັດຕັ້ງປະຕິບັດໂຄງການ: ກຸມພາ 2016 – ມີນາ 2019

ການສະໜັບສະໜູນທືນ
ໂຄງການດັ່ງກ່າວ ໄດ້ຮັບການສະໜັບສະໜຸນທາງດ້ານການເງີນ ໂດຍກອງທືນພັດທະນາກະ ສິກຳສາກົນ (International Fund for Agriculture Development/IFAD).

ສະພາບຄວາມເປັນມາ

ຊາວກະສິກອນ ນັບມື້ນັບໄດ້ມີການຜະລິດກະສິກຳ ເປັນສີນຄ້າເພີ່ມຂື້ນເລື້ອຍໆ, ໂດຍມີການນຳໃຊ້ປັດໄຈການຜະລິດກະສິກຳຢ່າງຫຼວງຫຼາຍ ແລະ ການບຸກລຸກ ຊັບພະຍາກອນທຳມະຊາດທີ່ຫຼາຍເກີນໄປ ເພື່ອໃຫ້ໄດ້ຮັບຜົນປະໂຫຍດສູງສຸດ ໃນໄລຍະສັ້ນ. ສີ່ງເຫຼົ່ານີ້ ເຮັດໃຫ້ເກີດມີຜົນກະທົບຕໍ່ ຊັບພະຍາກອນທຳມະຊາດ. ຜົນກະທົບທາງດ້ານການນຳໃຊ້ທີ່ດິນ ແລະ ຊີວິດການເປັນຢູ່ ຂອງຊາວກະສິກອນ. ໃນອະນາຄົດ ເຫັນວ່າ ມີຄວາມທ້າທາຍ ຈາກສະພາບການປ່ຽນແປງ ດິນຟ້າ ອາກາດ. ການພັດທະນາເຕັກນິກດ້ານການຄຸ້ມຄອງທີ່ດິນແບບຍືນຍົງ (SLM) ເປັນທາງເລືອກໜື່ງ ໃຫ້ແກ່ຊາວກະສິກອນຂະໜາດນ້ອຍ ໃນການຕອບສະໜອງ ຄວາມຕ້ອງການ ດ້ານຕະຫຼາດແບບຍືນຍົງ ແລະ ທັງສ້າງ ການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ.

ການຄຸ້ມຄອງທີ່ດິນແບບຍືນຍົງ ມີຫຼາກຫຼາຍວິທີ ທີ່ເຄີຍໄດ້ຈັດຕັ້ງປະຕິບັດຜ່ານມາ, ລ້ວນແລ້ວແຕ່ ສ້າງຂື້ນມາຈາກຊາວກະສິກອນເອງ. ແຕ່ເຖີງຢ່າງໃດກໍ່ຕາມ ມີ ພຽງເອກະສານຈຳນວນໜື່ງເທົ່ານັ້ນ ທີ່ໄດ້ຖືກສ້າງໃຫ້ເປັນມາດຕະຖານ. ມັນມີຄວາມສຳຄັນໃນການປະເມີນຜົນ ບັນດາກິດຈະກຳການຄຸ້ມຄອງທີ່ດິນແບບຍືນ ຍົງທີ່ມີຢູ່ ແລະ ຮູບແບບໃໝ່. ພ້ອມດຽວກັນນັ້ນ, ກໍ່ກຳນົດສະພາບເງື່ອນໄຂທາງດ້ານນິເວດກະສິກຳ, ຜົນກະທົບ ແລະ ຜົນປະໂຫຍດ ທີ່ຈະໄດ້ຮັບຈາກກິດຈະ ກຳດັ່ງກ່າວ, ເພື່ອສ້າງຄວາມເຂົ້າໃຈ ໃນການການຮັບມືຕໍ່ການປ່ຽນແປງດິນຟ້າອາກາດ. ຂໍ້ມູນຂ່າວສານເຫຼົ່ານີ້ ຈະຊ່ວຍໃນການຕັດສິນໃຈ ໃນການສົ່ງເສີມບັນ ດາການຄຸ້ມຄອງທີ່ດິນແບບຍືນຍົງ.

ເປົ້າໝາຍລວມ ແລະ ໝາກຜົນທີຄາດຫວັງໄວ້

ເປົ້າໝາຍໂດຍລວມຂອງໂຄງການນີ້ ແມ່ນ ເພື່ອຊຸກຍູ້ບັນດາຊຸມຊົນ ແລະ ຊາວກະສິກອນຂະໜາດນ້ອຍ ໃນການປັບຕົວຕໍ່ການປ່ຽນແປງ ຂອງດິນຟ້າອາກາດ ທີ່ຮ້າຍແຮງ, ແລະ ຄວາມກົດດັນອັນເນື່ອງມາຈາກ ການເພີ່ມຂື້ນຂອງຈຳນວນປະຊາກອນ, ການພັດທະນາຕົວເມືອງຢ່າງໄວວາ ແລະ ການຂະຫຍາຍຕົວທາງດ້ານ ເສດຖະກິດ.
• ໂຄງການແມ່ນຈະໄດ້ສະໜັບສະໜຸນວຽກງານການສົ່ງເສີມດ້ານກະສິກຳ ເພື່ອຂະຫຍາຍວຽກງານການຄຸ້ມຄອງທີ່ດິນແບບຍືນຍົງ ໃຫ້ມີວິທີການທີ່ແນ່ນອນ. ຊື່ງວິທີການດັ່ງກ່າວ ແມ່ນອາດຈະໄດ້ປະສານຮ່ວມກັບ ບັນດາແຜນງານຕ່າງໆ ທີ່ໄດ້ຮັບການສະນັບສະໜຸນ ຈາກ ອົງການ IFAD
• ຊ່ວຍເຫຼືອບັນດາຊາວກະສິກອນ ທີ່ຢູ່ໃນບັນດາເມືອງຕ່າງໆ ທີ່ໄດ້ຈັດຕັ້ງປະຕິບັດວຽກງານພາຍໃຕ້ ແຜນການຂອງອົງການ IFAD ໃນການນຳໃຊ້ ການຄຸ້ມຄອງທີ່ດິນແບບຍືນຍົງ ແລະ ປັບປຸງການປັບຕົວ ຕໍ່ສະພາບການປ່ຽນແປງດິນຟ້າອາກາດ
• ຈັດເວທີສຳມະນາ ແລະ ກອງປະຊຸມວິຊາການໃນການປຶກສາຫາລືດ້ານນະໂຍບາຍ ກ່ຽວກັບ ການຄຸ້ມຄອງທີ່ດິນແບບຍືນຍົງລະດັບຊາດ ເພື່ອປັບປຸງ ນະໂຍບາຍ ແລະ ກອບວຽກເພື່ອຈູງໃຈ ໃຫ້ການຂະຫຍາຍວຽກງານຄຸ້ມຄອງທີ່ດິນແບບຍືນຍົງ ແຜ່ຂະຫຍາຍອອກໄປໃນວົງກວ້າງ.

ການສ້າງຄວາມສາມາດ ແລະ ພັດທະນາເຄື່ອງມື

ໂຄງການນີ້ ໄດ້ພັດທະນາຄວາມສາມາດໃຫ້ແກ່ ນັກສົ່ງເສີມ ໃນການນຳໃຊ້ ບັນດາເຄື່ອງມື ແລະ ວິທີການຂອງ WOCAT ແບບມີສ່ວນຮ່ວມ ເພື່ອ ຊ່ວຍສະໜັບສະໜຸນໃນການຕັດສິນໃຈໃນກິດຈະກໍາ SLM. ຊື່ງບັນດາເຄື່ອງ ມືປະກອບມີ: ແບບສອບຖາມ ກ່ຽວກັບວິທີການປະຕິບັດ ແລະ ບັນດາເຕັກ ໂນໂລຊີດ້ານ SLM ທີ່ພົວພັນກັບຖານຂໍ້ມູນ SLM ໃນລະດັບໂລກ (https://qcat.wocat.net/); ເຄື່ອງມືທາງດ້ານແຜນທີ່ ເພື່ອສະແດງ ແຜນທີ່ຄວາມຊຸດໂຊມຂອງດິນ ແລະ SLM; ພ້ອມທັງເຄື່ອງມືທີ່ຊ່ວຍໃນ ການສະໜັບສະໜຸນການຕັດສິນໃຈ ໃນກີດຈະກໍາ SLM.
ບັນດາເຄື່ອງມື ແລະ ວິທີການເຫຼົ່ານີ້ ໄດ້ຖືກນຳໃຊ້ກັນຢ່າງແຜ່ຫຼາຍ ໃນບັນ ດາອົງການຈັດຕັ້ງສາກົນທົ່ວໂລກ. ຖານຂໍ້ມູນ SLM ໃນລະດັບໂລກ ໄດ້ ຖືກບັນຈຸຢູ່ໃນ ສົນທິສັນຍາສະຫະ ປະຊາຊາດ ວ່າດ້ວຍ ການຕ້ານການກາຍ ເປັນທະເລຊາຍ (UNCCD) ແລະ ຖານຂໍ້ມູນດັ່ງກ່າວ ໄດ້ຖືກນຳໃຊ້ ໃນ ບັນດາປະເທດສະມາຊິກ UNCCD ເພື່ອລາຍງານ ສະພາບການຈັດຕັ້ງປະ ຕິບັດ SLM ໃນແຕ່ລະປະເທດ. ສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ ແຫ່ງຊາດ (NAFRI) ຈະໄດ້ຈັດຝຶກອົບຮົມດ້ານຄູຝຶກ (ToTs) ເພື່ອສ້າງ ທີມງານນັກສົ່ງເສີມ ໃຫ້ມີຄວາມຮູ້ຮອບດ້ານ ໃນການນຳໃຊ້ບັນດາເຄື່ອງມື ແລະ ວິທີການທາງດ້ານ WOCAT.

ດ້ານສະຖາບັນການຈັດຕັ້ງ

ສູນເພື່ອການພັດທະນາ ແລະ ສີ່ງແວດລ້ອມ (CDE), ເປັນຕົວແທນໃຫ້ແກ່ກອງເລຂາ WOCAT, ຊື່ງມີໜ້າທີ່ຮັບຜິດຊອບໃນການປະສານ ແລະ ຈັດຕັ້ງປະຕິ ບັດໂຄງການ ໃນ 3 ປະເທດ. NAFRI ເປັນຄູ່ຮ່ວມງານຂອງໂຄງການໃນລະດັບຊາດ ຮັບຜິດຊອບໃນການປະສານ ແລະ ຈັດຕັ້ງປະຕິບັດ ບັນດາກິດຈະກຳຂອງ ໂຄງການ ຮ່ວມກັບກິດຈະກຳການສົ່ງ ເສີມທາງດ້ານກະສິກຳ. NAFRI ແມ່ນເຮັດວຽກໃກ້ຊິດຕິດແທດກັບ ແຜນງານໂຄງການ ຄ້ຳປະກັນສະບຽງອາຫານ, ໂພ ຊະນາການ ແລະ ການເຊື່ອມໂຍງທາງການຕະ ຫຼາດ ໃນເຂດພາກໃຕ້ ໃນກິດຈະກຳການປັບຕົວດ້ານການຜະລິດກະສິກຳ ຕໍ່ການ ປ່ຽນແປງສະພາບດິນຟ້າອາກາດ (SACCC) ທີ່ໄດ້ຮັບທືນກູ້ຢືມຈາກອົງການ IFAD ເພື່ອຊຸກຍູ້ໃນການຈັດຕັ້ງປະຕິບັດວຽກງານ ແລະ ນຳໃຊ້ບັນດາເຄື່ອງມື ແລະ ວິທີການດ້ານ SLM ໃນລະ ບົບວຽກງານສົ່ງເສີມ ໃນຂັ້ນທ້ອງຖີ່ນ ແລະ ຂັ້ນສູນກາງ.

ພາຍໃນກອບການຈັດກອງປະຊຸມປຶກສາຫາລືດ້ານນະໂຍບາຍ ກ່ຽວກັບ ການຄຸ້ມຄອງທີ່ດິນແບບຍືນຍົງ ໂຄງການດັ່ງກ່າວ ແມ່ນຈະ ໄດ້ຮ່ວມມືກັບບັນດາອົງ ການຈັດຕັ້ງທັງພາຍໃນ ແລະ ສາກົນທີ່ກ່ຽວຂ້ອງ ທີ່ມີການຈັດຕັ້ງປະຕິວຽກງານໃນຂົງເຂດ SLM.

ຂໍ້ມູນຕິດຕໍ່

NAFRI: ທ່ານ ຄຳພອນ ມູນລະໄມ
ຫົວໜ້າພະແນກແຜນການ ແລະ ການຮ່ວມມື
E-mail: khamphonedpcd@gmail.com
ກອງເລຂາ CDE/WOCAT: ນິໂຄລ ຮາຣາຣິ
ຜູ້ປະສານງານໂຄງການ
E-mail: nicole.harari@cde.unibe.ch
ຫ້ອງການ CDE ທີ່ວຽງຈັນ : ສະເຕຟານີ ຈາເກັດ
ຜູ້ປະສານງານໂຄງການ ຊ່ວຍເຫຼືອ ສປປ ລາວ ແລະ ກຳປູເຈຍ
E-mail: stephanie.jaquet@cde.unibe.ch
ທີ່ຢູ່ : ໜ່ວຍ 11, #136, ຖະໜົນ ສີເມືອງ, ຮ່ອມ 1 ບ້ານພະໂພ, ນະຄອນຫຼວງວຽງຈັນ, ສປປ ລາວ
ໂທ : +856 30 988 1648
+ 856 20 5919 4249

ແຫຼ່ງຂໍ້ມູນ ເພີ່ມເຕີມ

NAFRI: www.nafri.org.la
CDE: www.cde.unibe.ch
WOCAT: www.wocat.net
IFAD FNML/SACCC project: www.fnml.gov.la
http://operations.ifad.org/web/ifad/operations/country/project/tags/laos/1680/project_overview