Approaches and Technologies on Sustainable Land Management

ການສະເໜີເຜີຍແຜ່ ຖານຂໍ້ມູນ ເຕັກນີກ ການຈັດການຄຸ້ມຄອງ ທີ່ດິນແບບຍືນຍົງ

ໃນຄັ້ງວັນທີ 25  ກຸມພາ 2020 ທີ່ຜ່ານມາ ທາງທີມງານຂອງໂຄງການ WOCAT ໄດ້ເຜີຍແຜ່ ຖານຂໍ້ມູນ ເຕັກນີກ ການຈັດການຄຸ້ມຄອງ ທີ່ດິນແບບຍືນຍົງ ທີ່ເປັນພາສາລາວ ໃນຖານຂໍ້ມູນ ຂອງອົງການ World Overview of Conservation Approaches and Technologies (WOCAT) ແລະ Laocat website ໃຫ້ແກ່ບັນດານັກຄົ້ນຄວ້າ, ວິຊາການ ຈາກກົມອ້ອມຂ້າງ ແລະ ບັນດາສູນອ້ອມຂ້າງສະຖາບັນ ຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ນັກສຶກສາ ຈາກຄະນະປ່າໄມ້ ແລະ ຄະນະສີ່ງແວດລ້ອມ ພາຍໃນມະຫາວິທະຍາໄລແຫ່ງຊາດ ໂດຍມີຜູ້ເຂົ້າຮ່ວມທັງໝົດ ຈຳນວນ 52 ທ່ານ (ຍິງ 25 ທ່ານ), ທີ່ຫ້ອງສະໝຸດ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ. ຈຸດປະສົງ ໃນການຈັດເຜີຍແຜ່ ຖານຂໍ້ມູນດັ່ງກ່າວແມ່ນ ເພື່ອໃຫ້ຜູ້ເຂົ້າຮ່ວມ ສາມາດຊອກຄົ້ນຂໍ້ມູນ ແລະ ບົດຮຽນເຕັກນີກ ການຈັດການຄຸ້ມຄອງ ທີ່ດິນແບບຍືນຍົງ ໃນສປປລາວ ແລະ ໃນບັນດາປະເທດອື່ນໆ ທີ່ໄດ້ນຳໃຊ້ລະບົບຖານຂໍ້ມູນ WOCAT.