Approaches and Technologies on Sustainable Land Management

ພິທີສະຫຼອງວັນອາຫານໂລກ ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລົບລ້າງຄວາມທຸກຍາກ

ພິທີສະຫຼອງວັນອາຫານໂລກ ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລົບລ້າງຄວາມທຸກຍາກ
ວັນທີ 17 ຕຸລານີ້, ທີ່ນະຄອນຫຼວງວຽງຈັນ, ກະຊວງກະສິກໍາ ແລະ ປ່າໄມ້ ຮ່ວມກັບ ອົງການສະຫະປະຊາຊາດປະຈຳ ສປປ ລາວ ໄດ້ຈັດງານສະເຫຼີມສະຫຼອງ ສອງວັນສຳຄັນຄື ວັນອາຫານໂລກ 16 ຕຸລາ ແລະ ວັນສາກົນ ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກ 17 – 24 ຕຸລາ ພາຍໃຕ້ຫົວຂໍ້ວ່າ: “ ລົງທຶນໃສ່ການຄໍ້າປະກັນສະບຽງອາຫານ ແລະ ການພັດທະນາຊົນນະບົດ ເພື່ອແກ້ໄຂການ ເຄື່ອນຍ້າຍຖິ່ນຖານໃນອະນາຄົດ ” ແລະ “ ກ້າວໄປສູ່ ສັງຄົມ ສັນຕິສຸກ ແລະ ເພື່ອທຸກຄົນ ” ໂດຍການເຂົ້າຮ່ວມຂອງ ທ່ານເພັດ ພົມພິພັກ ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ທ່ານນາງ ຄາຣີນາອິມໂມເນນຫົວໜ້າຜູ້ປະສານງານຂອງອົງການສະຫະປະຊາຊາດ (UN) ທັງເປັນຜູ້ຕາງໜ້າອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ປະຈໍາ ສປປ ລາວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.
ທ່ານ ພວງປາຣິສັກ ປຣະວົງວຽງ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ກ່າວວ່າ: ສປປ ລາວ ໄດ້ຮັບຮອງເອົາເປົ້າໝາຍການພັດທະນາແບບຍືນຍົງ ເພື່ອລຶບລ້າງຄວາມທຸກຍາກ ແລະ ຄວາມອຶດຫິວ, ໂດຍສະເພາະບັນດານະໂຍບາຍການສົ່ງເສີມ ການຄໍ້າປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ການພັດທະນາຊົນນະບົດ. ບັນດາຍຸດທະສາດແຫ່ງຊາດທີ່ມີຢູ່ກໍໄດ້ສະທ້ອນໃຫ້ເຫັນເຖິງບັນດາບູລິມະສິດ ແລະ ແຜນງານທີ່ກໍາລັງຖືກຈັດຕັ້ງປະຕິບັດ ເພື່ອນໍາມາສູ່ການແກ້ໄຂບັນຫາການເຄື່ອນຍ້າຍຖິ່ນຖານຂອງແຮງງານຊົນນະບົດ ແລະ ເພື່ອລຶບລ້າງຄວາມທຸກຍາກ ແມ່ນມີຄວາມໝາຍຄວາມສຳຄັນທີ່ສຸດ ແນ່ໃສ່ການປູກຈິດສຳນຶກ ແລະ ສ້າງຄວາມຮັບຮູ້ ໃຫ້ປະຊາຊາດໃນທົ່ວໂລກ ໄດ້ເຂົ້າໃຈວ່າ ຄວາມທຸກຍາກ ແລະ ໄພອຶດຫິວ ແມ່ນປະກົດການທາງສັງຄົມໜຶ່ງທີ່ ພວກເຮົາສາມາດລຶບລ້າງໃຫ້ໝົດໄປໄດ້.
ທ່ານ ສະຕີເຟັນ ຣູດກາດ ຜູ້ຕາງຫນ້າອົງການອາຫານແລະການກະເສດ (FAO) ປະຈຳ ສປປ ລາວ ໄດ້ກ່າວວ່າ: ສະຫະປະຊາຊາດໄດ້ໃຫ້ການຊ່ວຍເຫຼືອ ເພື່ອແກ້ໄຂບັນຫາທີ່ເປັນສາເຫດຫຼັກສົ່ງຜົນເຮັດໃຫ້ເກີດມີການເຄື່ອນຍ້າຍຂອງຜູ້ຄົນ ເຊິ່ງນຳໄປສູ່ການເຄື່ອນຍ້າຍຖິ່ນຖານທີ່ປອດໄພ, ເປັນລະບຽບ ແລະ ປົກກະຕິ ເຊິ່ງຈະສາມາດປະກອບສ່ວນເຂົ້າໃສ່ການຈະເລີນເຕີບໂຕຂອງເສດຖະກິດ ແລະ ເພີ່ມທະວີການຄ້ຳປະກັນສະບຽງອາຫານ ແລະ ປັບປຸງຊີວິດການເປັນຢູ່ໃນເຂດຊົນນະບົດ. ສະຫະປະຊາຊາດໄດ້ຮັບຮູ້ວ່າປະຊາຊົນຜູ້ທີ່ທຸກຍາກ ແລະ ອຶດຫິວແມ່ນໄດ້ຮັບຜົນກະທົບ ຫຼາຍທີ່ສຸດຈາກການປ່ຽນແປງຂອງດິນຟ້າອາກາດ ແລະ 80% ຄົນເຫຼົ່ານີ້ ແມ່ນອາໄສຢູ່ໃນເຂດຊົນນະບົດ. ພວກເຂົາເຈົ້າມີລາຍໄດ້ ເພື່ອຫາລ້ຽງຄອບຄົວແມ່ນມາຈາກຂະແໜງການທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດ.

 

 

Published March 1, 2018 | By komkeo